18. ເມັດຊາຍ (e)


1 comment:

  1. ຍັງຈື່ໄດ້ຊາຍຫາດຫົວດອນໂຄ
    ເຄີຍພາກັນໝູ່ຝູງເລືອຫຼິ້ນ
    ກາງຫາດມີວັງນ້ຳໃສເຢັນອາບມ່ວນ
    ປາຖືກຂັງເຂດກັ້ນລອຍໄດ້ຢູ່ແຕ່ວັງ

    ທັງຫາດປູປົກດ້ວຍຊາຍສະອາດງາມຕາ
    ຍາວຢຽດຢາຍຢັງໄປສູ່ສອງແຄມນ້ຳ
    ກາງດອນມີລອງນ້ຳໄຫຼລິນເຊາະຝັ່ງ
    ຍັງຄິດເຫັນບໍ່ແລ້ວຄາວຂ້ອຍຫຼ່າມມອງ...


    ຍາມເມື່ອເດືອນຈຽງຄ້ອຍໜາວແໜບຊວງອົກ
    ນ້ຳອຸ່ນອາຍຫາງົມໝູ່ປາຕາມກໍໄຄ້
    ປາຫາກສັນຊາດຍານສ້ຽງຈັບເອົາໄດ້ງ່າຍ
    ເພາະຄວາມໜາວເຫງົ່າງ້ວງປາສ້ອຍອ່ອນສຕິ...

    ReplyDelete