9. ວັນຟ້າໝົ່ນ


1 comment:

  1. ຍາມຟ້າໝົ່ນໝອກກົ້ວ.....ລອຍຕ່ຳຕິດດິນ
    ຫິມະໂປຍໂຮຍລົງ..............ທັບຖົມຄວາມຮ້າຍ
    ສິ່ງເປິະເປື້ອນ...................ຫາຍຈົມແຈບເສື່ອ
    ນອນແນບນີ້ງ.................ກາຍກ້ອງຜ້າຫົ່ມຂາວ

    ຝົນທີ່ໂປຍເປັນກ້ອນ........ກາບກິ່ງລະອອງດາວ
    ໂບຍບິນໄປ....................ດັ່ງເມົ່າຕອມໄຟຫ້າວ
    ຫາຊຸກຊົ້ນ......................ອວນອາຍອົບອຸ່ນ
    ແປ້ງຟ້າໂປຍປ່ອຍໃຫ້........ມາກູ້ມໂກບດິນ

    ທັງເມົ່າແມງພາກບ້ານ.......ເນົານັ່ງເຫງົາຫງອຍ
    ຄອຍເຂັ່ຍຟືນຝິງໄຟ..........ລອດປ່ອງໄປໄກສິ້ນ
    ຄວາມຄິດຫາຄືນເຄົ້າ........ຮັງເດີມໜີພາກ
    ອີກຮັກຫວັງຮ່ວມສ້າງ......ມາຍມ້ວຍຫ່າງຝັນ...

    ReplyDelete